ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການຊ້ອມຮົບຮ່ວມ ກອງທັບ ລາວ-ຈີນ “ ໂລ້ກຳບັງມິດຕະພາບ-2023 ” ສຳເລັດລົງດ້ວຍໝາກຜົນອັນຈົບງາມ


   ໃນວັນທີ 26 ພຶດສະພາ 2023 ນີ້, ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສຳເລັດການຊ້ອມຮົບຮ່ວມ ໃນຫົວຂໍ້ “ໂລ້ກຳບັງມິດຕະ ພາບ-2023” ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະ ຫາຍ ພົນໂທ ຫູຈົງສຽງ ຜູ້ບັນຊາການເຫຼົ່າທັບບົກ ເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ, ສະຫາຍ ຈຽງຈ້າຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາ ການນຳພັກ-ລັດ ຕະຫຼອດຮອດນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ແລະ ກອງທັບປົດ ປ່ອຍປະຊາຊົນຈີນ ເຂົ້າຮ່ວມ. ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນຳຊ້ອມຮົບ ຮ່ວມກອງທັບ ລາວ-ຈີນ ໄດ້ກ່າວປິດການຊ້ອມຮົບຄັ້ງນີ້ວ່າ: ການເຄື່ອນໄຫວການຊ້ອມຮົບຮ່ວມກອງທັບ ລາວ-ຈີນ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2023” ຢູ່ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສີ້ນສຸດລົງ, ດ້ວຍຜົນສຳເລັດອັນຈົບງາມ ເຊິ່ງມັນໄດ້ສ້າງຄວາມສຳພັນໄມຕີມິດຕະພາບທີ່ໜ້າຈົດຈຳຢ່າງ ເພິ່ງພໍໃຈ ໃຫ້ແກ່ນາຍ ແລະ ພົນທະຫານຂອງສອງກອງທັບ ລາວ-ຈີນ ເຊິ່ງເປັນມິດຕະພາບທີ່ງົດງາມ ທີ່ສອງກອງທັບບໍ່ອາດຈະຫຼົງລືມໄດ້, ເຊິ່ງໄດ້ສະແດງອອກ ໃນຕະຫຼອດໄລຍະການເຄື່ອນໄຫວຫັດແອບ “ໂລ້ກຳບັງມິດຕະພາບ-2023” ເພື່ອນສະຫາຍນາຍ ແລະ ພົນທະຫານສອງກອງທັບ ລາວ-ຈີນ ໄດ້ອອກແຮງແຂ່ງ ຂັນກັນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງບໍ່ຮູ້ອິດເມື່ອຍ ແລະ ມີການແລກປ່ຽນກ່ຽວກັບຍຸດທະວິທີແບບໃໝ່ທີ່ທັນສະໄໜ, ເພື່ອບັນລຸໄດ້ເປົ້າ ໝາຍການບຸກຕີເຂົ້າລວງເລິກເປັນພາບດຽວ, ການບັນຊາມີແບບແຜນ, ບັນຊາແມ້ນຢຳ, ເຂົ້າເປົ້າໝາຍ ແລະ ການປະຕິບັດໜ້າທີ່ຖືກຕ້ອງຕາມຈຸດປະສົງ, ເພື່ອ ເຮັດໃຫ້ຄວາມສາມາດໃນການບັນຊາຊ້ອມຮົບຮ່ວມຂອງພວກເຮົາໄດ້ຮັບຜົນດີ, ນອກນັ້ນເພື່ອນສະຫາຍ ລາວ-ຈີນ ໄດ້ມີການພົບປະສ້າງສັນແລກປ່ຽນພາສາ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຕະຫຼອດຮອດການເຄື່ອນໄຫວກິດຈະກຳ, ສິນລະປະ-ວັນນະຄະດີ-ກິລາ ແລະ ອື່ນໆ, ພິເສດການເຄື່ອນໄຫວຊ້ອມຮົບຮ່ວມ ກອງທັບ ລາວ-ຈີນ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2023” ຄັ້ງນີ້ຈະສິ້ນສຸດລົງແລ້ວກໍຕາມ, ມິດຕະພາບຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ ຍັງຄົງຢືນຢັນຄວາມເຊື່ອໝັ້ນ ແລະ ຮັກແພງຄວາມສາມັກຄີກັນຢ່າງດູດດື່ມຕະຫຼອດໄປ ແລະ ບໍ່ມີວັນຈະຈືດຈາງລົງໄດ້, ກອງທັບປະຊາຊົນລາວເຊື່ອ ໝັ້ນວ່າ ມິດຕະພາບຂອງສອງຊາດ, ສອງກອງທັບ ລາວ-ຈີນ ຈະໄດ້ຮັບການສົ່ງເສີມໃຫ້ຍືນຍົງ ຢູ່ຄູ່ສາຍໃຈຂອງປະຊາຊົນສອງຊາດ ລາວ-ຈີນ ຕະຫຼອດໄປ. ໃນໂອ ກາດນີ້, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ຄະນະຊີ້ນຳ, ກຳລັງຊ້ອມຮົບຝ່າຍຈີນ ຈຳນວນ 22 ໃບ ແລະ ປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊີ້ນຳ, ກຳລັງຊ້ອມຮົບຝ່າຍຈີນ ຈຳນວນ 240 ໜ່ວຍ ໂດຍການມອບຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງ ຫົວໜ້າກົມໃຫຍ່ການເມືອງກອງທັບ ຕາມລຳດັັັັັັັັບ. ໂອກາດນີ້, ກອງທັບປົດປ່ອຍປະຊາຊົນຈີນ ຍັງໄດ້ມອບຫຼຽນກາໂລ້ມິດຕະພາບ ໃຫ້ຄະນະຊີ້ນຳ, ກຳລັງຊ້ອມ ຮົບຝ່າຍລາວ ຈຳນວນ 20 ໜ່ວຍ ໂດຍການມອບຂອງ ສະຫາຍ ພົນໂທ ຫູຈົງສຽງ ຜູ້ບັນຊາການເຫຼົ່າທັບບົກ ເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ. ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງຊ້ອມຮົບຮ່ວມກອງທັບ ລາວ-ຈີນ ໃນ ຫົວຂໍ້ “ໂລ້ກຳບັງມິດຕະພາບ-2023” ທີ່ຈັດຢູ່ ສປປ ລາວ ໃນຄັ້ງນີ້ແມ່ນເພື່ອແນໃສ່ການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ, ຮັດແໜ້ນ ແລະ ພັດທະ ນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ, ຈີນ-ລາວ, ເປັນຍຸດທະສາດອັນສຳຄັນຕໍ່ວຽກງານຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານປ້ອງກັນຊາດ. ຜ່ານໄລຍະການຈັດຕັ້ງຊ້ອມຮົບຄັ້ງນີ້ໄດ້ບັນລຸຜົນສຳເລັດອັນຈົບງາມ, ການນຳໃຊ້ພາຫະນະ-ອາວຸດ, ການ ປະກອບກຳລັງຂອງສອງກອງທັບ ລາວ-ຈີນ, ມີປະສິດທິພາບສູງ, ເສີມຂະຫຍາຍໄດ້ກຳລັງແຮງໃນການສູ້ຮົບໃນຮູບການຕີໄວ, ຕີແຮງ, ຕີດັບສູນ, ສາມາດທຳລາຍ ໄດ້ບັນດາເປົ້າໝາຍໃນຖານທີ່ໝັ້ນຂອງຝ່າຍກົງກັນ ຂ້າມໄດ້ຢ່າງແມ້ນຢຳ, ການບັນຊາປະສານສູ້ຮົບຂອງສອງຝ່າຍວ່ອງໄວຄ່ອງແຄ້ວ, ການນຳໃຊ້ພາຫະນະ-ອາວຸດ ຍຸດໂທປະກອນ ມີຄວາມຊຳນິຊຳນານ ແລະ ການເຄື່ອນໄຫວ ຂອງນາຍ ແລະ ພົນທະຫານ ຢູ່ໜ້າສະໜາມມີຄວາມເດັດດ່ຽວ, ອາດຫານ, ຊານໄຊ, ສາມາດຕີ ຢຶດເອົາຖານທີ່ໝັ້ນຂອງສັດຕູເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍຢ່າງມີໄຊ ແລະ ຮັບປະກັນຄວາມປອດໄພໄດ້ 100%, ພັກ-ລັດຖະບານ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າຄະນະຊີ້ນຳຊ້ອມ ຮົບຮ່ວມ “ ໂລ້ກຳບັງມິດຕະພາບ-2023 ” ພ້ອມດ້ວຍນາຍ ແລະ ພົນທະຫານ ສອງກອງທັບ ລາວ-ຈີນ ທີ່ໄດ້ພ້ອມ ກັນຈັດຕັ້ງຊ້ອມຮົບຮ່ວມຄັ້ງນີ້ ຈະໄດ້ຖອດຖອນເອົາບົດຮຽນນຳກັນ ແລະ ນຳເອົາບົດຮຽນອັນປະເສີດມາປັບປຸງຍົກລະດັບການປັບປຸງກໍ່ສ້າງກຳລັງ, ເພີ່ມທະວີ ຄວາມເຂັ້ມແຂງຮອບດ້ານໃຫ້ແກ່ກອງທັບປະຊາຊົນລາວກ້າວຂຶ້ນຕາມທິດສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບມີແບບແຜນ ແລະ ທັນສະໄໝພ້ອມ ກັນກ້າວຂຶ້ນເຮັດສຳເລັດໜ້າທີ່ນຳເອົາຜົນງານ ແລະ ໄຊຊະນະມາສູ່ປະເທດຊາດຂອງຕົນຢ່າງສະຫງ່າງາມ.

ແຫຼ່ງທີ່ມາ:ອາ​ຫວຸ້ນ+ອາ​ນຸ​ສອນ
ວັນທີ 29/05/2023